ລາຍການສະແດງນີ້ແມ່ນນຳໜ້າໂດຍທ່ານ ເຈີ່ງຈືຕ່ານ ດາລາກັງຟູຈີນ ໂດຍປະສົມປະສານສິລະປະມູນເຊື້ອ 2 ຢ່າງທີ່ມີຄວາມເລິກລັບທີ່ສຸດຂອງຈີນ ຄື: ມວຍໄທເກັກ ແລະ ການຂຽນງາມ. ຫົວຄິດປະດິດສ້າງຂອງລາຍການນີ້ ມາຈາກບົດກະວີຂອງທ່ານ ຫຼີໄບ ທີ່ເປັນນັກກະວີຜູ້ຍິ່ງໃຫຍ່ ໂດຍຍ້ອງຍໍໜັງສືຂຽນງາມຂອງ ພະຮວຍຊູ້ ທີ່ມີນາມມະຍົດວ່າ “ນັກຂຽນງາມແບບຕໍ່ເນື່ອງຜູ້ຍອດຢ້ຽມ” ນັ້ນ “ມີລາຍມືທີ່ເຂັ້ມແຂງຄືກັບການຟ້ອນຂອງມັງກອນ ແລະ ງູ”.
ໜັງສືຂຽນງາມແບບຕໍ່ເນື່ອງກັນ ເປັນຮູບການຂຽນໜັງສືທີ່ມີຄວາມຄ່ອງແຄ້ວເສລີທີ່ສຸດ ສ່ອງແສງເຖິງບຸກຄະລິຫຼາຍທີ່ສຸດ ແຕ່ກໍຂຽນຍາກທີ່ສຸດໃນ 5 ຮູບການຂຽນງາມຂອງຈີນ.
コメント